ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຕັງລຸ້ນແບກບ່າຂອງຣັດເຊຍ

     ເວັບ​ໄຊ້​ກະຊວງ​ປ້ອງ​ປະເທດ​ຣັດ​ເຊຍ ​ເປີດເຜີຍ​ຫວ່າງ​ມໍ່ໆມາ​ນີ້​ວ່າ: ຣັດ​ເຊຍ​ ໄດ້​ເພີ່ມ​ທະວີ​ອາວຸດ​ຕ້ານ​ລົດ​ຕັງ​ຊື່ວ່າ
AT-13 Saxhorn-2 ເພື່ອທຳລາຍ​ລົດ​ຕັງ ​ແລະ ​ລົດ​ຫຸ້ມ​ເກາະ​ໜັກ​ຂອງ​ ອູ​ແກຣນ.

     ລູກ​ສອນ​ໄຟ​ຕ້ານ​ລົດ​ຕັງ​ລຸ້ນຫຼ້າ​ສຸດ​ມີ​ໄລຍະ​ຍິງ 80 ຫາ 2,000 ແມັດ. AT-13 Saxhorn-2, ເປັນ​ລຸ້ນ​ທີ່​ຍົກ​ລະດັບ​ມາ​ຈາກ
(AT-7 Saxhorn). ເມື່ອ​ສົມ​ທຽບ​ກັບ​ລຸ້ນ​ກ່ອນ​ສາມາດ​ເຈາະ​ລົດ​ຫຸ້ມ​ເກາະ​ທີ່​ທັນ​ສະໄໝ ແລະ ມີ​ລະດັບ​ຄວາມ​ແມ໋ນ​ຢຳ​ເພີ່ມ​ຂຶ້ນ.
ອາວຸດຊະນິດນີ້, ປະກົດ​ຕົວ​ໃນ​ທ້າຍ​ຊຸມ​ປີ 1990, ເຊິ່ງ​ເປັນ​ໄລຍະ​ທີ່​ມີ​ຄວາມ​ກ້າວໜ້າ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີການ​ທະຫານ​ຂອງ​ ຣັດ​ເຊຍ.
ລູກ​ສອນ​ໄຟ​ນີ້, ໄດ້​ຮັບ​ການ​ພັດທະນາ​ເພື່ອ​​ຍົກ​ລະດັຍຂີດສາມາດ​ໃນ​ການ​ທຳລາຍ​ລົດ​ຕັງ​ແລະ​ເປົ້າ​ໝາຍ​ລົດ​ຫຸ້ມ​ເກາະ​ທຸກ​ຊະນິດ. ມີ​
ຄວາມ​ວ່ອງ​ໄວ,ຄ່ອງ​ແຄ່ວ​ໃການເຄື່ອນໄຫວ​ສູ້​ຮົບ​ທີ່​ຫຼາກ​ຫຼາຍ​ລວມ​ທັງ​ການ​ສູ້​ຮົບ​ໃນ​ຕົວ​ເມືອງ.

     ການ​ກຽມພ້ອມ​ສູ້​ຮົບ​ໃຊ້ເວລາພາຍ​ໃນ 15-20 ວິນາທີ, ແລະ​ ຍິງ​ໃນ​ອັດຕາ 3-4 ລູກຕໍ່ນາທີ, ມີ​ລະ ບົບ​ກ້ອງ​ຊ່ອງ​ອິນ​ຟາ​ເຣດ​ຊີ້​ນຳ​
ແບບ​ເຄິ່ງ​ອັດຕະໂນມັດ, ລູກ​ສອນນີ້, ສາມາດ​ເຈາະ​ເກາະ​ເຫຼັກໜາ 900-950 ​ມມ ແລະ ມີ​ໄລຍະ​ຍິງໄກ​ສູງ​ສຸດ​ເຖິງ 1,5 ກິໂລແມັດ.
ດ້ວຍ​ຄວາມ​ຄ່ອງ​ແຄ້ວ, AT-13 Saxhorn-2 ຖື​ວ່າ​ເປັນ​ໜຶ່ງ​ໃນ​ອາວຸດ​ທີ່ມີປະສິດທິພາບ​ໃນ​ສະໜາມຮົບ​ທີ່​ທັນ​ສະໄໝ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/12/2023